ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ວປກ ຜ່ານແຜນການເອກະພາບການກະກຽມ
ກອງປະຊຸມສຳມະນາວິທະຍາສາດຮ່ວມ 4 ສະຖາບັນ


     ໃນວັນທີ 13 ກຸມພາ 2024 ນີ້, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ຜ່ານແຜນການເອກະພາບການກະກຽມ ກອງປະ
ຊຸມສຳມະນາວິທະຍາສາດຮ່ວມ 4 ສະຖາບັນ ເພື່ອຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ (20 ມັງກອນ 1949-20
ມັງກອນ 2024) ແລະ ຂ່ຳນັບຮັບຕ້ອນວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 69 ປີ ( 22 ມີນາ 1955-22 ມີນາ 2024), ໄດ້
ຈັດຂຶ້ນຢູ່ທີ່ຫ້ອງປະຊຸມ ວປກ, ໂດຍໃຫ້ກຽດເປັນປະທານຂອງ ສະຫາຍ ພົນຕີ ຄຳຫຼ້າ ພັນໄຊຍະສຸກ ກຳມະການຄະນະພັກ ກະຊວງປ້ອງ
ກັນປະເທດ ຫົວໜ້າການເມືອງ ວປກ, ມີຄະນະພັກ-ຄະນະບັນຊາ, ອົງການທີ່ກ່ຽວຂ້ອງ ເຂົ້າຮ່ວມ.

     ສະຫາຍ ພັນເອກ ໄຊອຸດອນ ສຸພິດາ ຮອງຫົວໜ້າກົມຄົ້ນຄວ້າວິທະຍາສາດການທະຫານ-ການເມືອງ ວປກ, ໄດ້ຂຶ້ນຜ່ານແຜນການກະ
ກຽມຄວາມພ້ອມກອງປະຊຸມ ໂດຍອີງໃສ່ບົດບັນທຶກການຮ່ວມມືລະຫວ່າງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ວິທະຍາ
ຄານປ້ອງກັນຊາດ ໄກສອນ ພົມວິຫານ, ວິທະຍາຄານສັນຕິບານປະຊາຊົນ ແລະ ວິທະຍາຄານຕຳຫຼວດປະຊາຊົນ, ອີງຕາມຂໍ້ຕົກລົງຂອງ ວິ
ທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ສະບັບເລກທີ 4290/ວປກ ລົງວັນທີ 27 ທັນວາ 2023 ວ່າດ້ວຍການເປີດກອງປະຊຸມສຳ
ມະນາວິທະຍາສາດຮ່ວມ 4 ສະຖາບັນ ຢູ່ ວປກ.

     ເຊິ່ງວ່າກອງປະຊຸມໄດ້ພ້ອມກັນເອກະພາບ ປະກອບຄຳຄິດເຫັນ ໃສ່ບົດລາຍງານ ແລະ ແບ່ງປັນຄວາມຮັບຜິດ ຊອບໃຫ້ແຕ່ລະພາກ
ສ່ວນກະກຽມແຜນການຕ່າງໆ ໃຫ້ວ່ອງໄວ ແລະ ທັນເວລາ, ເພື່ອເຮັດໃຫ້ກອງປະຊຸມສຳມະນາ ວິທະຍາສາດໃນຄັ້ງນີ້ດຳເນີນໄປດ້ວຍດີ ແລະ
ໄດ້ຮັບຜົນສຳເລັດສູງ. ໂດຍມີກຳນົດການເປີດກອງປະຊຸມໃນ ວັນທີ 23 ກຸມພາ 2024 ທີ່ຈະມາເຖິງນີ້ ຢູ່ທີ່ສະໂມສອນ ວິທະຍາຄານປ້ອງ
ກັນຊາດ ໄກສອນ ພົມວິຫານ.

ແຫຼ່ງຂ່າວໂດຍ ເຂັງພອນ ແກ້ວຄຳລຽງ
ວັນທີ 15/02/2024